Skip to main content

ປ່າໄມ້ (Forestry)




ປ່າໄມ້ ແມ່ນປະກອບດ້ວຍຕົ້ນໄມ້, ພືດພັນນາໆຊະນິດ ພ້ອມດຽວກັນນັ້ນຍັງປະກອບດ້ວຍສັດນາໆຊະນິດ ເຊັ່ນກັນ, ປ່າໄມ້ ມີຄວາມສຳຄັນອັນມະຫາສານ ເພາະວ່າ ສາມາດເປັນໄດ້ທຸກສິ່ງທຸກຢ່າງ ບໍ່ວ່າຈະເປັນຢາປົວພະ ຍາດ, ເຄື່ອງນຸ່ງຫົ່ມ, ທີ່ຢູ່ອາໄສ, ເປັນອາຫານ, ເປັນເງີນ, ເປັນຄຳ, ເປັນອອກຊີເຈັນ (O2)...ອີງໃສ່ການສຳຫຼວດ ຂອງນັກວິຊາການປ່າໄມ້ແລ້ວ ພື້ນທີ່ເປັນປ່າຈະມີຄວາມ ຫຼາກຫຼາຍໄປດ້ວຍສິ່ງທີ່ມີຊີວິດນາໆຊະນິດ ເພາະວ່າ ປະກອບດ້ວຍອັນທີ່ກ່າວມາຂ້າງເທີງນັ້ນ ແລະ ພື້ນທີ່ໃດທີ່ມີປ່າກໍ່ຈະມີສະພາບອາດເຢັນສົດຊື່ນ, ອາກາດກໍ່ຈະສົດ(ບໍ່ມີສານພິດ), ດັ່ງນັ້ນ ພວກເຮົາທຸກຄົນຈົ່ງ ຊ່ວຍກັນປົກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ຄືໃຫ້ໃຊ້ໄດ້ຍາວນານທີ່ສຸດ.
      ດັ່ງນັ້ນ, ຈື່ງເກີດມີນັກວິຊາການຫຼາຍໆເກີດຂື້ນເພື່ອບີ່ງເຫັນຄວາມສຳຄັນຂອງປ່າໄມ້ໃນປະຈຸບັນ ແລະ ອະນາຄົດ ຈື່ງເກີດມີບົດລາຍງານ ແລະ ບົດໂຄງການທີ່ສຳຄັນຕໍ່ການຈັດສັນການຄຸ້ມຄອງ ແລະ ນຳໃຊ້ ດັ່ງລຸ່ມນີ້:

1.ການປູກໝາກນ້ຳມັນ (Aleurites montana (Lour.) Well.)

 download here: Download

2. ພືດຕະກູນໄມ້ຍງຂອງລາວ

 download here: Download

3.ລັກສະນະຂອງພືດໃນສະກຸນ Bauhinia

download here: download 

4. ລາຍຊື່ພັນໄມ້ໃນແຕ່ລະປ່າ

ຄຼິກທີ່ນີ້: Click


5. ລັກສະນະເດັ່ນປະຈຳຕະກູນ

ຄຼິກທີ່ນີ້: Click

Comments

Popular posts from this blog

ກິດຈະກຳການສຶກສາ (Activities of Education)

ກິດຈະກຳຂອງການສຶກສາໃນລາຍວິຊາ 1. ກິດຈະກຳໃນຫ້ອງຮຽນ-ຫ້ອງທົດລອງ         ກິດຈະກຳການສຶກສາ ຫຼື ການສຶກສາຢູ່ພາກສະໜາມ ມີຄວາມສຳຄັນທີ່ສຸດ ເພາະວ່າ ຫ້ອງຮຽນພາກສະໜາມ ແມ່ນການປະຕິບັດ ແລະ ສາມາດເຫັນໄດ້ປະຈັກຕາ ດັ່ງນັ້ນ, ຈະເຮັດໃຫ້ເຮົາທັງຫຼາຍຮູ້ ແລະ ເຂົ້າໃຈໄດ້ລະອຽດກັບບົດຮຽນທິດສະດີໃນຫ້ອງຮຽນ ເພື່ອໃຫ້ການສຶກສາມີຄຸນນະພາຍນັ້ນ ບໍ່ວ່າຈະເປັນອາຈານ ແລະ ນັກສຶກສາຕ້ອງເອົາໃຈໃສ່ກັບການສຶກສາຄົ້ນຄ້ວາສິ່ງໃໝ່ໆ ແລະ ທັນສະໄໝເພື່ອການພັດທະນາທີ່ກ້າວໜ້າ ແລະ ຍືນຍົງ ແຕ່ເຖີງຢ່າງໃດກໍ່ຕາມ ຕົວນັກສຶກສາເອງນັ້ນຕ້ອງເປັນເຈົ້າການໃນການສຶກສາ, ຕ້ອງມີການກະຕືລືລົ້ນ, ມີຄວາມຫ້າວຫັນ, ດຸໝັ່ນ............. ເພື່ອຕົວເອງ, ຄອບຄົວ ແລະ ປະເທດຊາດທີ່ກ້າວໜ້າ. 2. ກິດຈະກຳການປູກຕົ້ນ ວັນທີ 1/6/2011         ການປູກຕົ້ນໄມ້ ເຫັນໄດ້ວ່າ ໃນແຕ່ລະປີຂອງວັນທີ 1 ເດຶອນ ມິຖຸນາ ຂອງທຸກໆປີ ແມ່ນວັນປູກຕົ້ນໄມ້ແຫ່ງ ຊາດ ແລະໄດ້ພາກັນປູກ ກັນທົ່ວປະເທດ ເພື່ອສ້າງຊະນິດພັນ ແລະ ສ້າງເປີເຊັນການປົກຄຸມເຮືອນຍອດໃຫ້ຫຼາຍ ຂື້ນໃນແຕ່ລະປີ ເພື່ອສ້າງພື້ນທີ່ເປົ່າວ່າງໃຫ້ກາຍເປັນປ່າ ເພາະວ່າ ປ່າມີ ອາກາດດີ ສັດຢູ່ ຜູ້ຄົນຮັ່ງມີ ປະເທດຊາດຈະເລີນ.

ວິຊາ ວິທະຍາຕົ້ນໄມ້ໃຫຍ່ (Dendrology)

ວິຊາ ຕົ້ນໄມ້ໃຫຍ່ ກໍ່ແມ່ນອີກວິຊາໜື່ງຂອງການສຶກສາ ລະດັບປະລິນຍາຕຼີ ສາຂາວິຊາກ່ຽວກັບປ່າໄມ້ ເນື່ອງ ຈາກວ່າ ໃນລາຍວິຊານີ້ ເວົ້າເຖີງການສຶກສາເຖີງການ ຈັດແບ່ງພືດ, ລັກສະນະພາຍນອກ ຫຼື ຮູບວິຖານຂອງ ພືດ ຄືສ່ວນນີ້ ເວົ້າເຖີງລັກສະນະພາຍນອກຂອງສ່ວນ ຕ່າງໆຂອງພືດ ບໍ່ວ່າຈະເປັນລັກສະນະຂອງຮາກ, ລຳຕົ້ນ, ເປືອກ, ໃບ, ດອກໝ ໝາກ ແລະ ແກ່ນ; ນອກຈາກນີ້ ຍັງເນັ້ນໃສ່ວິທີການເກັບຮັກສາຕົວຢ່າງ ຫຼື ການເຮັດຊາກແຫ້ງຊະນິດພັນພືດ, ວິທີການສຳຫຼວດ ຫຼື ວິທີການເກັບຕົວຢ່າງຊະນິດພັນພືດ ພາກສະໝາມ, ນອກຈາກນັ້ນ ໃນລາຍວິຊາ ຍັງເອົາພາກສະໜາມ ເປັນຫ້ອງຮຽນຫຼັກໆ ແລະ ກໍ່ຍັງເຂົ້າຫ້ອງຊາກແຫ້ງພືດ. ເພື່ອເອົາຄູ່ມືການສຶກສາ ດາວໂລດໄດ້ທີ່ລິງຂ້າງລຸ່ມນີ້: ປື້ມຄູ່ມືຄຼິກໂຫຼດ Downloaad   ລາຍຊື່ພັນໄມ້ໃນປະເທດລາວ ຄຼິກໂຫຼດ Download   ລາຍຊື່ພັນໄມ້ບາງຊະນິດໃນລາວ ຄຼິກໂຫຼດ Download  

ພືດສາດ (Botany)

ວິຊາພືດສາດ ກໍ່ແມ່ນລາຍວິຊາທີ່ສຳຄັນໃນສາຂາ ວິຊາປ່າໄມ້ ລະດັບປະລິນຍາຕຼີ ຫຼື ເວົ້າອີກຢ່າງໜື່ງຄື ວິຊາ ຊີວະວິທະຍາພືດ ຄືຈະສຶກສາເຖີງທັງຈຸລັງ, ແພຈຸລັງ ຫຼື ເນື້ອເຍື່ອ, ການຈະເລີນເຕີບໂຕ, ລັກ ສະນະພາຍນອກ ແລະ ພາຍໃນ ຂອງແຕ່ລະພາກ ສ່ວນຄື ລັກສະນະຮາກ, ລຳຕົ້ນ, ໃບ, ດອກ, ໝາກ ແລະ ແກ່ນ, ການຫາຍໃຈຂອງພືດ, ການສັງເຄາະແສງ ຂອງພືດ ແລະ ພື້ນຖານການສ້າງສວນພືດສາ, ເນື່ອງ ຈາກວ່າ ສາຂາວິຊານີ້ ເປັນພື້ນຖານໃຫ້ຫຼາຍວິຊາເຊັ່ນ ວ່າ: ວິຊາວິທະຍາຕົ້ນໄມ້ໃຫຍ່, ວິຊາ ພະຍາດພືດ, ວິຊາ ຂະຫຍາຍ ພັນໄມ້, ວິຊາ ວິທະຍາສາດເນື້ອໄມ້...., ດາວໂຫຼດຄູ່ມື ຄຼິກ