Skip to main content

ວິຊາ ວິທະຍາຕົ້ນໄມ້ໃຫຍ່ (Dendrology)

ວິຊາ ຕົ້ນໄມ້ໃຫຍ່ ກໍ່ແມ່ນອີກວິຊາໜື່ງຂອງການສຶກສາ ລະດັບປະລິນຍາຕຼີ ສາຂາວິຊາກ່ຽວກັບປ່າໄມ້ ເນື່ອງ ຈາກວ່າ ໃນລາຍວິຊານີ້ ເວົ້າເຖີງການສຶກສາເຖີງການ ຈັດແບ່ງພືດ, ລັກສະນະພາຍນອກ ຫຼື ຮູບວິຖານຂອງ ພືດ ຄືສ່ວນນີ້ ເວົ້າເຖີງລັກສະນະພາຍນອກຂອງສ່ວນ ຕ່າງໆຂອງພືດ ບໍ່ວ່າຈະເປັນລັກສະນະຂອງຮາກ, ລຳຕົ້ນ, ເປືອກ, ໃບ, ດອກໝ ໝາກ ແລະ ແກ່ນ; ນອກຈາກນີ້ ຍັງເນັ້ນໃສ່ວິທີການເກັບຮັກສາຕົວຢ່າງ ຫຼື ການເຮັດຊາກແຫ້ງຊະນິດພັນພືດ, ວິທີການສຳຫຼວດ ຫຼື ວິທີການເກັບຕົວຢ່າງຊະນິດພັນພືດ ພາກສະໝາມ, ນອກຈາກນັ້ນ ໃນລາຍວິຊາ ຍັງເອົາພາກສະໜາມ ເປັນຫ້ອງຮຽນຫຼັກໆ ແລະ ກໍ່ຍັງເຂົ້າຫ້ອງຊາກແຫ້ງພືດ.
ເພື່ອເອົາຄູ່ມືການສຶກສາ ດາວໂລດໄດ້ທີ່ລິງຂ້າງລຸ່ມນີ້:

ປື້ມຄູ່ມືຄຼິກໂຫຼດ Downloaad 

ລາຍຊື່ພັນໄມ້ໃນປະເທດລາວ ຄຼິກໂຫຼດ Download 

ລາຍຊື່ພັນໄມ້ບາງຊະນິດໃນລາວ ຄຼິກໂຫຼດ Download 

Comments

  1. ໃຜທີ່ເຂົ້າມາອ່ານແລ້ວ ກາລຸນາ ໃຫ້ຄຳເຫັນດ້ວຍ ເພາະຈະນຳເອົາຄຳແນະນຳຂອວທ່ານ ມາປັບປຸງເວບຂອງພວກເຮົາ
    ຂໍຂອບໃຈ

    ReplyDelete
  2. ຂອບໃຈຫຼາຍໆ ສຳລັບຂໍ້ມູນເດີທ່ານ

    ReplyDelete
  3. hukased.blogspot.com ແມ່ນສູນລວມຂໍ້ມູນ ທາງດ້ານການກະເສດ ແຫ່ງດຽວ ແລະ ແຫ່ງທຳອິດ ໃນລາວ ເຊີນທ່ານເຂົ້າໄປສຶກສາກັນໄດ້ hukased.blogspot.com

    ReplyDelete
  4. ພືດແກ່ນຫຸ້ມກັບພືດແກ່ນເປືອຍຕ່າງກັນແນວໃດທ່ານ

    ReplyDelete

Post a Comment

Popular posts from this blog

ໂຄງການກະສິກຳ-ປ່າໄມ້ (Agriculture-Forestry Project)

ນັກວິຊາການດ້ານກະສິກຳ-ປ່າໄມ້ ໄດ້ພະຍາຍາມຄົ້ນ ຄ້ວາຫາວິທີທາງທີ່ເໝາະສົມ ແລະ ໄດ້ຮັບຜົນປະໂຫຍດ ສູງສຸດຂອງການຜະລິດ ບໍ່ວ່າຈະເປັນລະບົບຂອງປ່າ ໄມ້-ກະສິກຳ, ລະບົບປ່າໄມ້-ທົ່ງຫຍ້າ/ລ້ຽງສັດ, ລະບົບ ປ່າໄມ້-ລ້ຽງເຜີ້ງ, ລະບົບປ່າໄມ້-ປະມົງ ແລະ ລະບົບ ອື່ນໆ ແລະ ຈົນຮອດໃນປະຈຸບັນນີ້ ຊາວຕ່າງປະເທດ ເຂົາໄດ້ສຳເລັດການຄົ້ນຄ້ວາເຖີງຜົນຜະລິດທີ່ຕອບຮັບ ໄດ້ເປັນຈຳນວນຂ້ອນຂ້າງຫຼາຍ ແລະ ໄລຍະການໃຫ້ ຜົນຜະລິດນັ້ນດົນນານ ອັນນີ້ກໍ່ເປັນສາເຫດທີ່ໃຫ້ວິ ຊາການລາວເຮົາຕ້ອງຫັນມາເອົາໃຈໃສ່ຈິງຈັງແລ້ວ ເລື່ອງປະຢັດຊັບພະຍາກອນທຳມະຊາດ ຫັນມານຳໃຊ້ ເຕັກນິກ-ເທັກໂນໂລຢີທີ່ທັນສະໄໝ, ເພື່ອມາພັດທະນາ ບ້ານເມືອງລາວໃຫ້ຈະເລີນຮຸ່ງເຮືອງ, ດັ່ງນັ້ນ ຖ້າຢາກໃຫ້ສຳເລັດໄດ້ ເຮົາທຸກຄົນທີ່ເປັນວິຊາການ ຕ້ອງເອົາໃຈໃສ່ ດ້ານການສຶກສາ ແລະ ຄົ້ນຄ້ວາໃຫ້ຫຼາຍໆ. ສະນັ້ນ ຈື່ງມີບົດໂຄງການທີ່ກ່ຽວຂ້ອງມາໃຫ້ດາວໂຫຼດກັນຢ່າງສະໃຈ.                                   ວິດີໂອ ອຸປະກອນທີ່ທັນສະໄໝສຳລັບການກະສິກຳ 1. ວິທີ ແລະ ອຸປະກອນການໃຫ້ນ້ຳພືດ ດາວໂຫຼດທີ...

ພືດເປັນຢາ (Plants medicine)

1. ການນຳໃຊ້ພືດເປັນຢາຂອງຊົນເຜົ່າ ບລູມະກອງ ທີ່ແຂວງສະຫວັນນະເຂດ download here: download  2. ການນຳໃຊ້ພືດເປັນຢາຂອງປະຊາຊົນ ແຂວງບໍລິຄຳໄຊ  download here: download  3. ຕົ້ນໄມ້ເປັນຢາບາງຊະນິດໃນລາວ  download here: download  4. ພືດສະຫມຸນໄພພາກໄຕ້ໄທ  download here: download 5. ພືດເປັນຢາໃນເຂດທ້ອງຖິ່ນລາວ download here: download  6. ລາຍການພືດທີເປັນຢາ download here: Click  7. ລາຍການພືດສະໝຸນໄພໄທ download here: Click 8. ຊະນິດພືດທີ່ເປັນຢາ ເວີຊັນ ອັງກິດ download here: download 

ກິດຈະກຳການສຶກສາ (Activities of Education)

ກິດຈະກຳຂອງການສຶກສາໃນລາຍວິຊາ 1. ກິດຈະກຳໃນຫ້ອງຮຽນ-ຫ້ອງທົດລອງ         ກິດຈະກຳການສຶກສາ ຫຼື ການສຶກສາຢູ່ພາກສະໜາມ ມີຄວາມສຳຄັນທີ່ສຸດ ເພາະວ່າ ຫ້ອງຮຽນພາກສະໜາມ ແມ່ນການປະຕິບັດ ແລະ ສາມາດເຫັນໄດ້ປະຈັກຕາ ດັ່ງນັ້ນ, ຈະເຮັດໃຫ້ເຮົາທັງຫຼາຍຮູ້ ແລະ ເຂົ້າໃຈໄດ້ລະອຽດກັບບົດຮຽນທິດສະດີໃນຫ້ອງຮຽນ ເພື່ອໃຫ້ການສຶກສາມີຄຸນນະພາຍນັ້ນ ບໍ່ວ່າຈະເປັນອາຈານ ແລະ ນັກສຶກສາຕ້ອງເອົາໃຈໃສ່ກັບການສຶກສາຄົ້ນຄ້ວາສິ່ງໃໝ່ໆ ແລະ ທັນສະໄໝເພື່ອການພັດທະນາທີ່ກ້າວໜ້າ ແລະ ຍືນຍົງ ແຕ່ເຖີງຢ່າງໃດກໍ່ຕາມ ຕົວນັກສຶກສາເອງນັ້ນຕ້ອງເປັນເຈົ້າການໃນການສຶກສາ, ຕ້ອງມີການກະຕືລືລົ້ນ, ມີຄວາມຫ້າວຫັນ, ດຸໝັ່ນ............. ເພື່ອຕົວເອງ, ຄອບຄົວ ແລະ ປະເທດຊາດທີ່ກ້າວໜ້າ. 2. ກິດຈະກຳການປູກຕົ້ນ ວັນທີ 1/6/2011         ການປູກຕົ້ນໄມ້ ເຫັນໄດ້ວ່າ ໃນແຕ່ລະປີຂອງວັນທີ 1 ເດຶອນ ມິຖຸນາ ຂອງທຸກໆປີ ແມ່ນວັນປູກຕົ້ນໄມ້ແຫ່ງ ຊາດ ແລະໄດ້ພາກັນປູກ ກັນທົ່ວປະເທດ ເພື່ອສ້າງຊະນິດພັນ ແລະ ສ້າງເປີເຊັນການປົກຄຸມເຮືອນຍອດໃຫ້ຫຼາຍ ຂື້ນໃນແຕ່ລະປີ ເພື່ອສ້າງພື້ນທີ່ເປົ່າວ່າງໃຫ້ກາຍເປັນປ່າ ເພາະວ່າ ປ່າມີ ອາກາດດີ ສັດຢູ່ ຜູ້ຄົນຮັ່ງມີ ປະເທດຊາດຈະເລີນ.