ວິຊາ ປະເມີນຜົນກະທົບສິ່ງແວດລ້ອມ ແມ່ນວິຊາໜື່ງທີ່ ສຳຄັນຫຼາຍຕໍ່ກັບການພັດທະນາຄວາມກ້າວໜ້າຂອງ ຊາດ ເນື່ອງຈາກ ວິຊາດັ່ງກ່າວ ໄດ້ສຶກສາເຖີງຜົນຂອງ ກິດຈະກຳຕ່າງໆ ຂອງມະນຸດທີ່ສ້າງຂື້ນ ອາດຈະເປັນ ການສ້າງເຂື່ອນໄຟຟ້າ, ການສ້າງທາງ, ການສ້າງສະ ໝາມບິນ, ການສ້າງໂຮງງານອຸດສະຫະກຳເຄມີ ຫຼື ອຸດສະຫາກຳອື່ນໆ ທັງໝົດທີ່ກ່າວມາຂ້າງເທີງນີ້ ລ້ວນແລ້ວແຕ່ສ້າງມົນລະພິດ ຫຼື ສານຜິດຕໍ່ສະພາບ ອາກາດໂລກ ເຊັ່ນ: ທາດອາຍ Co2, CH4 ເປັນຕົ້ນ, ດັ່ງນັ້ນ ທາງວິຊາ ການອະນຸລັກສິ່ງແວດລ້ອມ ຈື່ງໄດ້ພະຍາຍາມຊອກ ຫາວິທີທາງຊ່ວຍຫຼຸດຜ່ອນພາວະອາກາດໂລກຮ້ອນ. ດາວໂຫຼດຄູ່ມື Click here Download
ຕົ້ນໄມ້ ແມ່ນມີຄວາມສຳຄັນຫຼາຍຕໍ່ກັບສະພາບແວດລ້ອມ ກໍ່ຄື ສະພາບອາກາດຂອງໂລກ ເນື່ອງຈາກວ່າ, ຕົ້ນໄມ້ ຫຼືພືດພັນ ນາໆຊະນິດ ສາມາດດູດສານພິດຈາກຊັ້ນບັນຍາກາດໄດ້ ໂດຍ ສະເພາະ ທາດອາຍ CO2 ທີ່ໄປທຳລາຍຊັ້ນ O3 (ໂອໂຊນ) ເຮັດໃຫ້ໂລກເຮົາຮ້ອນຂື້ນ.