ກິດຈະກຳຂອງການສຶກສາໃນລາຍວິຊາ
1. ກິດຈະກຳໃນຫ້ອງຮຽນ-ຫ້ອງທົດລອງ
ກິດຈະກຳການສຶກສາ ຫຼື ການສຶກສາຢູ່ພາກສະໜາມ ມີຄວາມສຳຄັນທີ່ສຸດ ເພາະວ່າ ຫ້ອງຮຽນພາກສະໜາມ ແມ່ນການປະຕິບັດ ແລະ ສາມາດເຫັນໄດ້ປະຈັກຕາ ດັ່ງນັ້ນ, ຈະເຮັດໃຫ້ເຮົາທັງຫຼາຍຮູ້ ແລະ ເຂົ້າໃຈໄດ້ລະອຽດກັບບົດຮຽນທິດສະດີໃນຫ້ອງຮຽນ ເພື່ອໃຫ້ການສຶກສາມີຄຸນນະພາຍນັ້ນ ບໍ່ວ່າຈະເປັນອາຈານ ແລະ ນັກສຶກສາຕ້ອງເອົາໃຈໃສ່ກັບການສຶກສາຄົ້ນຄ້ວາສິ່ງໃໝ່ໆ ແລະ ທັນສະໄໝເພື່ອການພັດທະນາທີ່ກ້າວໜ້າ ແລະ ຍືນຍົງ ແຕ່ເຖີງຢ່າງໃດກໍ່ຕາມ ຕົວນັກສຶກສາເອງນັ້ນຕ້ອງເປັນເຈົ້າການໃນການສຶກສາ, ຕ້ອງມີການກະຕືລືລົ້ນ, ມີຄວາມຫ້າວຫັນ, ດຸໝັ່ນ............. ເພື່ອຕົວເອງ, ຄອບຄົວ ແລະ ປະເທດຊາດທີ່ກ້າວໜ້າ.
2. ກິດຈະກຳການປູກຕົ້ນ ວັນທີ 1/6/2011
ການປູກຕົ້ນໄມ້ ເຫັນໄດ້ວ່າ ໃນແຕ່ລະປີຂອງວັນທີ 1 ເດຶອນ ມິຖຸນາ ຂອງທຸກໆປີ ແມ່ນວັນປູກຕົ້ນໄມ້ແຫ່ງ ຊາດ ແລະໄດ້ພາກັນປູກ ກັນທົ່ວປະເທດ ເພື່ອສ້າງຊະນິດພັນ ແລະ ສ້າງເປີເຊັນການປົກຄຸມເຮືອນຍອດໃຫ້ຫຼາຍ ຂື້ນໃນແຕ່ລະປີ ເພື່ອສ້າງພື້ນທີ່ເປົ່າວ່າງໃຫ້ກາຍເປັນປ່າ ເພາະວ່າ ປ່າມີ ອາກາດດີ ສັດຢູ່ ຜູ້ຄົນຮັ່ງມີ ປະເທດຊາດຈະເລີນ.
Comments
Post a Comment