ນັກວິຊາການດ້ານກະສິກຳ-ປ່າໄມ້ ໄດ້ພະຍາຍາມຄົ້ນ ຄ້ວາຫາວິທີທາງທີ່ເໝາະສົມ ແລະ ໄດ້ຮັບຜົນປະໂຫຍດ ສູງສຸດຂອງການຜະລິດ ບໍ່ວ່າຈະເປັນລະບົບຂອງປ່າ ໄມ້-ກະສິກຳ, ລະບົບປ່າໄມ້-ທົ່ງຫຍ້າ/ລ້ຽງສັດ, ລະບົບ ປ່າໄມ້-ລ້ຽງເຜີ້ງ, ລະບົບປ່າໄມ້-ປະມົງ ແລະ ລະບົບ ອື່ນໆ ແລະ ຈົນຮອດໃນປະຈຸບັນນີ້ ຊາວຕ່າງປະເທດ ເຂົາໄດ້ສຳເລັດການຄົ້ນຄ້ວາເຖີງຜົນຜະລິດທີ່ຕອບຮັບ ໄດ້ເປັນຈຳນວນຂ້ອນຂ້າງຫຼາຍ ແລະ ໄລຍະການໃຫ້ ຜົນຜະລິດນັ້ນດົນນານ ອັນນີ້ກໍ່ເປັນສາເຫດທີ່ໃຫ້ວິ ຊາການລາວເຮົາຕ້ອງຫັນມາເອົາໃຈໃສ່ຈິງຈັງແລ້ວ ເລື່ອງປະຢັດຊັບພະຍາກອນທຳມະຊາດ ຫັນມານຳໃຊ້ ເຕັກນິກ-ເທັກໂນໂລຢີທີ່ທັນສະໄໝ, ເພື່ອມາພັດທະນາ ບ້ານເມືອງລາວໃຫ້ຈະເລີນຮຸ່ງເຮືອງ, ດັ່ງນັ້ນ ຖ້າຢາກໃຫ້ສຳເລັດໄດ້ ເຮົາທຸກຄົນທີ່ເປັນວິຊາການ ຕ້ອງເອົາໃຈໃສ່ ດ້ານການສຶກສາ ແລະ ຄົ້ນຄ້ວາໃຫ້ຫຼາຍໆ. ສະນັ້ນ ຈື່ງມີບົດໂຄງການທີ່ກ່ຽວຂ້ອງມາໃຫ້ດາວໂຫຼດກັນຢ່າງສະໃຈ. ວິດີໂອ ອຸປະກອນທີ່ທັນສະໄໝສຳລັບການກະສິກຳ 1. ວິທີ ແລະ ອຸປະກອນການໃຫ້ນ້ຳພືດ ດາວໂຫຼດທີ່ນີ້ Download 2. ການຄຸ້ມຄອງຈັດສັນປ່າໄມ້ຊຸມຊົນໃນສປປລາວ ແລະ ອິນເດຍ ດາວໂຫຼດທີ່ນີ້ Download 3. ຄວາມສຳຄັນຂອງປ່າໄມ້ ດາວໂຫຼດທີ່ນີ້ Download 4. ປະເພດປ່າຕ່າງໆ
ຕົ້ນໄມ້ ແມ່ນມີຄວາມສຳຄັນຫຼາຍຕໍ່ກັບສະພາບແວດລ້ອມ ກໍ່ຄື ສະພາບອາກາດຂອງໂລກ ເນື່ອງຈາກວ່າ, ຕົ້ນໄມ້ ຫຼືພືດພັນ ນາໆຊະນິດ ສາມາດດູດສານພິດຈາກຊັ້ນບັນຍາກາດໄດ້ ໂດຍ ສະເພາະ ທາດອາຍ CO2 ທີ່ໄປທຳລາຍຊັ້ນ O3 (ໂອໂຊນ) ເຮັດໃຫ້ໂລກເຮົາຮ້ອນຂື້ນ.
Comments
Post a Comment